ລະດັບການຢືນຢັນຕົວຕົນຮ້ານຄ້າ L1 · L2 · L3
ປ້າຍຢືນຢັນຕົວຕົນຊ່ວຍໃຫ້ຜູ້ຊື້ຮູ້ວ່າຮ້ານນີ້ມີຕົວຕົນແທ້ ແລະ ຜ່ານການກວດຈາກທີມງານ Laosshop ແລ້ວ
4 ລະດັບທີ່ສະແດງໃນໜ້າຮ້ານ
- ຍັງບໍ່ຢືນຢັນ (ສີເຫຼືອງ) — ຮ້ານໃໝ່ທີ່ຍັງບໍ່ໄດ້ສົ່ງເອກະສານ ແນະນຳຜູ້ຊື້ໃຫ້ຈ່າຍປາຍທາງ
- L1 ຢືນຢັນແລ້ວ (ສີຟ້າ) — ສົ່ງບັດປະຈຳຕົວ ແລະ ຮູບຖ່າຍຄູ່ບັດ ທີມງານກວດແລ້ວວ່າຕົງກັນ
- L2 ຢືນຢັນການຊຳລະເງິນ (ສີຂຽວ) — ຊື່ບັນຊີທະນາຄານຕົງກັບຊື່ໃນບັດ ຮ້ານສາມາດເປີດ LAPNet QR ຮັບເງິນຜ່ານ Laosshop ໄດ້
- L3 ບັນຊີທຸລະກິດ (ສີມ່ວງ) — ມີໃບທະບຽນວິສາຫະກິດ ລະດັບຄວາມເຊື່ອຖືສູງສຸດ
ວິທີຂໍຢືນຢັນ
ໄປທີ່ ສູນຜູ້ຂາຍ → ຢືນຢັນຕົວຕົນ ອັບໂຫຼດເອກະສານຕາມລະດັບທີ່ຕ້ອງການ ທີມງານຈະກວດພາຍໃນ 1–2 ວັນລັດຖະການ ເອກະສານຖືກເກັບໄວ້ຢ່າງປອດໄພ ແລະ ເບິ່ງໄດ້ສະເພາະຜູ້ດູແລລະບົບເທົ່ານັ້ນ
ບັນຊີດຳ ແລະ ການລະງັບຮ້ານ
ຖ້າ Laosshop ພົບການສໍ້ໂກງ ເຊັ່ນ ຮັບເງິນແລ້ວບໍ່ສົ່ງເຄື່ອງ ຮ້ານຈະຖືກລະງັບທັນທີ ແລະ ເຈົ້າຂອງຖືກບັນທຶກລົງບັນຊີດຳ ບໍ່ສາມາດເປີດຮ້ານໃໝ່ໄດ້ ຜູ້ຊື້ສາມາດກວດເບີບັນຊີກ່ອນໂອນໄດ້ຈາກລິ້ງ “ກວດສອບບັນຊີສໍ້ໂກງ”
ອັບເດດລ່າສຸດ: 2026-09-17