ນະໂຍບາຍຄວາມເປັນສ່ວນຕົວ
Laosshop ເກັບຂໍ້ມູນເທົ່າທີ່ຈຳເປັນເພື່ອໃຫ້ການຊື້-ຂາຍສຳເລັດ ແລະ ບໍ່ຂາຍຂໍ້ມູນຂອງທ່ານໃຫ້ໃຜ
ຂໍ້ມູນທີ່ເກັບ
- ບັນຊີ: ຊື່ ອີເມວ ເບີໂທ ແລະ ຂໍ້ມູນຈາກ Google ຖ້າທ່ານເຂົ້າສູ່ລະບົບດ້ວຍ Google
- ອໍເດີ: ສິນຄ້າ ຍອດເງິນ ຊື່-ເບີໂທຜູ້ຮັບ ສາຂາຂົນສົ່ງ ແລະ ຮູບສະລິບທີ່ອັບໂຫຼດ
- ຜູ້ຂາຍ: ຂໍ້ມູນຮ້ານ ບັນຊີທະນາຄານ ແລະ ເອກະສານຢືນຢັນຕົວຕົນ (ບັດປະຈຳຕົວ ຮູບຖ່າຍ ໃບທະບຽນ)
ໃຊ້ເພື່ອຫຍັງ
- ສະແດງອໍເດີໃຫ້ຜູ້ຂາຍຈັດສົ່ງ ແລະ ໃຫ້ຜູ້ຊື້ຕິດຕາມ
- ກວດສະລິບກັບທະນາຄານ ແລະ ປ້ອງກັນການໃຊ້ສະລິບຊ້ຳ
- ກວດສອບຕົວຕົນຮ້ານ ແລະ ປ້ອງກັນການສໍ້ໂກງ
- ສົ່ງອີເມວທີ່ຈຳເປັນ ເຊັ່ນ ຢືນຢັນບັນຊີ ຕັ້ງລະຫັດຜ່ານໃໝ່
ການເກັບຮັກສາ ແລະ ສິດຂອງທ່ານ
ຂໍ້ມູນຖືກເກັບໃນລະບົບຄລາວທີ່ເຂົ້າລະຫັດ ເອກະສານຢືນຢັນຕົວຕົນ ແລະ ສະລິບເປັນໄຟລ໌ສ່ວນຕົວ ເປີດໄດ້ສະເພາະຜູ້ດູແລລະບົບ ແລະ ຮ້ານທີ່ກ່ຽວຂ້ອງ ທ່ານແກ້ໄຂຊື່ ອີເມວ ເບີໂທ ໄດ້ຈາກ “ບັນຊີຂອງຂ້ອຍ”
ຂໍລຶບຂໍ້ມູນ ຫຼື ປິດບັນຊີ
ສົ່ງຄຳຂໍຈາກອີເມວທີ່ໃຊ້ສະໝັກໄປທີ່ [email protected] ຫົວຂໍ້ “ຂໍລຶບບັນຊີ” ຫຼື ຜ່ານໜ້າ “ຕິດຕໍ່ພວກເຮົາ”:
- ຢືນຢັນຮັບຄຳຂໍພາຍໃນ 2 ວັນທຳການ ແລະ ລຶບໃຫ້ສຳເລັດພາຍໃນ 7 ວັນ
- ລຶບ: ໂປຣໄຟລ໌ ເບີໂທ ເອກະສານຢືນຢັນຕົວຕົນ ຮູບຮ້ານ ແລະ ຂໍ້ມູນເຂົ້າສູ່ລະບົບ
- ເກັບໄວ້ຊົ່ວຄາວ: ອໍເດີ ແລະ ສະລິບທີ່ກ່ຽວກັບຂໍ້ພິພາດ ຫຼື ການສໍ້ໂກງ ຈົນກວ່າເລື່ອງຈະສິ້ນສຸດ ແລະ ຂໍ້ມູນທີ່ກົດໝາຍກຳນົດໃຫ້ເກັບ
- ບຸກຄົນ ແລະ ເລກບັນຊີໃນບັນຊີດຳຈະບໍ່ຖືກລຶບ ເພື່ອປົກປ້ອງຜູ້ຊື້ຄົນອື່ນ
- ຮ້ານທີ່ມີອໍເດີຄ້າງສົ່ງຕ້ອງປິດອໍເດີໃຫ້ຄົບກ່ອນຈຶ່ງລຶບໄດ້
ອັບເດດລ່າສຸດ: 2026-09-17