ວິທີເປີດຮ້ານອອນລາຍຟຣີໃນ Laosshop
Laosshop ຊ່ວຍໃຫ້ຜູ້ຂາຍລາວມີໜ້າຮ້ານຂອງຕົນເອງ ແທນການຕອບແຊັດ Facebook ທີລະຄົນ ລູກຄ້າເບິ່ງສິນຄ້າ ສັ່ງຊື້ ແລະ ຈ່າຍເງິນເອງໄດ້ 24 ຊົ່ວໂມງ ສ່ວນທ່ານເຫັນທຸກອໍເດີໃນບ່ອນດຽວ ການເປີດຮ້ານບໍ່ມີຄ່າໃຊ້ຈ່າຍ ແລະ ບໍ່ຈຳກັດຈຳນວນສິນຄ້າ
ຂັ້ນຕອນ
- 1
ສະໝັກສະມາຊິກ
ກົດ “ເປີດຮ້ານ” ແລ້ວສະໝັກດ້ວຍອີເມວ ຫຼື ບັນຊີ Google ຖ້າໃຊ້ອີເມວ ກະລຸນາກົດລິ້ງຢືນຢັນທີ່ Laosshop ສົ່ງໃຫ້ກ່ອນ
- 2
ສ້າງຮ້ານ
ຕັ້ງຊື່ຮ້ານ ແລະ ລິ້ງຮ້ານ (slug) ເຊັ່ນ laosshop.co/store/ຊື່ຮ້ານ ອັບໂຫຼດໂລໂກ້ ແລະ ຮູບໜ້າປົກ ຂຽນຄຳອະທິບາຍສັ້ນໆ ວ່າຮ້ານຂາຍຫຍັງ
- 3
ຕັ້ງຄ່າຊ່ອງທາງຮັບເງິນ
ໃສ່ບັນຊີທະນາຄານ ຫຼື ອັບໂຫຼດ QR ຮັບເງິນ ແນະນຳ BCEL ເພາະລະບົບກວດສະລິບກັບທະນາຄານໃຫ້ອັດຕະໂນມັດ ຮ້ານທີ່ຢືນຢັນຕົວຕົນລະດັບ L2 ສາມາດເປີດ LAPNet QR ຮັບເງິນຈາກທຸກແອັບທະນາຄານໄດ້
- 4
ຕັ້ງຄ່າການຈັດສົ່ງ
ເລືອກຂົນສົ່ງ HAL Express ຫຼື Anousith Express ກຳນົດຄ່າສົ່ງແບບເໝົາຕໍ່ອໍເດີ ຫຼື ຄິດຕໍ່ຊິ້ນ ແລະ ເລືອກວ່າຈະຮັບຈ່າຍປາຍທາງ (COD) ຫຼື ບໍ່
- 5
ລົງສິນຄ້າ
ໃສ່ຊື່ ລາຄາ ຮູບ ໝວດສິນຄ້າ ແລະ ຈຳນວນສະຕັອກ (ຫຼື ເລືອກ “ຂາຍເລື້ອຍໆ” ຖ້າບໍ່ນັບສະຕັອກ) ຮູບພື້ນຂາວ ຊັດເຈນ ຂາຍໄດ້ດີກວ່າ
- 6
ແບ່ງປັນລິ້ງຮ້ານ
ເອົາລິ້ງຮ້ານໄປວາງໃນ Facebook, TikTok, WhatsApp ຫຼື ໂປຣໄຟລ໌ຂອງທ່ານ ລູກຄ້າກົດເຂົ້າມາສັ່ງຊື້ໄດ້ທັນທີ
- 7
ຢືນຢັນຕົວຕົນຮ້ານ
ອັບໂຫຼດບັດປະຈຳຕົວ ແລະ ຮູບຖ່າຍຄູ່ບັດ ເພື່ອຮັບປ້າຍ “ຢືນຢັນແລ້ວ” ລູກຄ້າໝັ້ນໃຈຂຶ້ນ ແລະ ຮ້ານໄດ້ສິດເປີດການຊຳລະເງິນຜ່ານ Laosshop
ເມື່ອມີອໍເດີເຂົ້າມາ
ທຸກອໍເດີຈະສະແດງໃນສູນຜູ້ຂາຍ ພ້ອມຊື່ ເບີໂທ ສາຂາຂົນສົ່ງທີ່ລູກຄ້າເລືອກ ແລະ ສະລິບທີ່ອັບໂຫຼດ ຖ້າລູກຄ້າຈ່າຍຜ່ານ BCEL ONE ລະບົບຈະກວດສະລິບກັບທະນາຄານ ແລະ ຢືນຢັນອໍເດີໃຫ້ອັດຕະໂນມັດ ສະລິບຈາກທະນາຄານອື່ນທ່ານກົດກວດ ແລະ ຢືນຢັນເອງ
ຫຼັງຈາກສົ່ງເຄື່ອງ ໃຫ້ໃສ່ເລກພັດສະດຸໃນອໍເດີ ລູກຄ້າຈະເຫັນສະຖານະໃນໜ້າອໍເດີຂອງເຂົາເອງ
ເຄັດລັບໃຫ້ຂາຍດີ
- ຕັ້ງຊື່ສິນຄ້າໃຫ້ຄົນຄົ້ນຫາເຈີ ເຊັ່ນ ບອກຍີ່ຫໍ້ ຂະໜາດ ສີ
- ໃສ່ຮູບຫຼາຍມຸມ ແລະ ຂຽນລາຍລະອຽດຄົບ ລູກຄ້າຈະຖາມໜ້ອຍລົງ
- ຢືນຢັນຕົວຕົນໃຫ້ຮອດ L2 ເພື່ອຮັບເງິນຜ່ານ LAPNet QR ໄດ້ທັນທີ ບໍ່ຕ້ອງລໍຖ້າສະລິບ
- ຕອບອໍເດີ ແລະ ອັບເດດເລກພັດສະດຸໄວ ຊ່ວຍໃຫ້ຮ້ານໄດ້ຄວາມເຊື່ອຖື
ອັບເດດລ່າສຸດ: 2026-09-17