ວິທີສັ່ງຊື້ສິນຄ້າ
ຊື້ຈາກຮ້ານລາວຫຼາຍຮ້ອຍຮ້ານໃນບ່ອນດຽວ ເບິ່ງສິນຄ້າໄດ້ໂດຍບໍ່ຕ້ອງເຂົ້າສູ່ລະບົບ ເມື່ອພ້ອມສັ່ງຊື້ ໃຊ້ເວລາບໍ່ຮອດ 2 ນາທີ
ຂັ້ນຕອນ
- 1
ຄົ້ນຫາ ແລະ ເລືອກສິນຄ້າ
ພິມຊື່ສິນຄ້າໃນຊ່ອງຄົ້ນຫາ ຫຼື ເບິ່ງຕາມໝວດ ກົດເຂົ້າສິນຄ້າເພື່ອເບິ່ງລາຍລະອຽດ ຮູບ ແລະ ຮ້ານທີ່ຂາຍ ສັງເກດປ້າຍຢືນຢັນຕົວຕົນຂອງຮ້ານ
- 2
ໃສ່ກະຕ່າ
ກົດ “ໃສ່ກະຕ່າ” ເລືອກຈຳນວນ ສິນຄ້າຈາກຫຼາຍຮ້ານຈະຖືກສັ່ງຊື້ແຍກກັນຕາມຮ້ານ
- 3
ເຂົ້າສູ່ລະບົບ
ກົດສັ່ງຊື້ ລະບົບຈະໃຫ້ເຂົ້າສູ່ລະບົບດ້ວຍອີເມວ ຫຼື Google ເພື່ອໃຫ້ທ່ານຕິດຕາມອໍເດີໄດ້ພາຍຫຼັງ
- 4
ໃສ່ຂໍ້ມູນຈັດສົ່ງ
ໃສ່ຊື່ ເບີໂທ ເລືອກຂົນສົ່ງ (HAL Express ຫຼື Anousith Express) ແລະ ສາຂາທີ່ທ່ານສະດວກໄປຮັບເຄື່ອງ
- 5
ເລືອກວິທີຊຳລະເງິນ
ໂອນຜ່ານ BCEL ONE ແລ້ວອັບໂຫຼດສະລິບ, ສະແກນ LAPNet QR ຈ່າຍທັນທີ (ຖ້າຮ້ານເປີດ) ຫຼື ຈ່າຍປາຍທາງກັບພະນັກງານສົ່ງ
- 6
ຕິດຕາມອໍເດີ
ໄປທີ່ “ບັນຊີຂອງຂ້ອຍ” ເພື່ອເບິ່ງສະຖານະ ເລກພັດສະດຸ ແລະ ປະຫວັດການສັ່ງຊື້ທັງໝົດ
ຍອດໂອນທີ່ມີເສດ 1–99 ກີບ
ອໍເດີທີ່ຈ່າຍດ້ວຍການໂອນຈະມີເສດເລັກນ້ອຍຕໍ່ທ້າຍ ເຊັ່ນ 150,037 ກີບ ກະລຸນາໂອນຕາມຍອດນັ້ນພໍດີ ເພື່ອໃຫ້ລະບົບຈັບຄູ່ສະລິບກັບອໍເດີຂອງທ່ານໄດ້ອັດຕະໂນມັດ
ຊື້ຢ່າງປອດໄພ
- ເລືອກຮ້ານທີ່ມີປ້າຍ “ຢືນຢັນແລ້ວ” ຫຼື “ຢືນຢັນການຊຳລະເງິນ”
- ຮ້ານທີ່ຍັງບໍ່ຢືນຢັນຕົວຕົນ ແນະນຳໃຫ້ເລືອກຈ່າຍປາຍທາງ
- ໂອນເຂົ້າບັນຊີທີ່ສະແດງໃນໜ້າອໍເດີເທົ່ານັ້ນ ຢ່າໂອນຕາມແຊັດ
- ກ່ອນໂອນ ສາມາດກວດບັນຊີສໍ້ໂກງໄດ້ຈາກລິ້ງ “ກວດສອບບັນຊີສໍ້ໂກງ” ໃນເມນູ
ອັບເດດລ່າສຸດ: 2026-09-17