ຄ່າທຳນຽມ ແລະ ແພັກເກັດຂອງ Laosshop
Laosshop ຢາກໃຫ້ຜູ້ຂາຍລາວທຸກຄົນມີໜ້າຮ້ານຂອງຕົນເອງ ແພັກເກັດພື້ນຖານຈຶ່ງຟຣີຕະຫຼອດໄປ
ແພັກເກັດຟຣີ
- ບໍ່ມີຄ່າລາຍເດືອນ ບໍ່ມີຄ່າລົງສິນຄ້າ ບໍ່ຈຳກັດຈຳນວນສິນຄ້າ
- ຮັບເງິນເຂົ້າບັນຊີທະນາຄານຂອງທ່ານໂດຍກົງ ບໍ່ຫັກຄ່ານາຍໜ້າ
- ໂອນເງິນ (Bank Transfer) ແລະ ຈ່າຍປາຍທາງ (COD) ບໍ່ມີຄ່າທຳນຽມ
- ກວດສະລິບ BCEL ONE ອັດຕະໂນມັດ, ລິ້ງຮ້ານ laosshop.co/store/ຊື່ຮ້ານ, ປ້າຍຢືນຢັນຕົວຕົນ
ແພັກເກັດຟຣີ + Payment Gateway
ສຳລັບຮ້ານທີ່ຢາກຮັບເງິນອອນລາຍທັນທີ ໂດຍບໍ່ມີຄ່າລາຍເດືອນ ເປີດໃຊ້ໄດ້ຫຼັງຢືນຢັນຕົວຕົນລະດັບ L2
- ທຸກຢ່າງໃນແພັກເກັດຟຣີ
- ຮັບເງິນຜ່ານ LAPNet QR ຈາກທຸກແອັບທະນາຄານລາວ ອໍເດີຢືນຢັນທັນທີ ບໍ່ຕ້ອງລໍຖ້າສະລິບ
- ຄ່າທຳນຽມການຊຳລະເງິນ 2% ຕໍ່ລາຍການ ສະເພາະລາຍການທີ່ຈ່າຍຜ່ານ Payment Gateway ເທົ່ານັ້ນ
- ຮອງຮັບສະເພາະ LAPNet QR (ບັດ Visa / Mastercard / AliPay / WeChat Pay ມີໃນແພັກເກັດ Pro)
ແພັກເກັດ Pro
- LAPNet QR ຮັບເງິນຈາກທຸກແອັບທະນາຄານລາວ ຄ່າທຳນຽມ 1.60% ຕໍ່ລາຍການ
- ບັດ Visa 4.15%, Mastercard 5.15%, AliPay ແລະ WeChat Pay 4.15%
- ບວກຄ່າບໍລິການ Laosshop 2% ສະເພາະລາຍການທີ່ຈ່າຍຜ່ານລະບົບ
- ໂດເມນຂອງທ່ານເອງ (Custom Domain) ແລະ ຟີເຈີໃໝ່ກ່ອນໃຜ
ອັດຕາອາດປ່ຽນແປງຕາມຜູ້ໃຫ້ບໍລິການຊຳລະເງິນ ຕິດຕໍ່ທີມງານເພື່ອອັບເກຣດຈາກສູນຜູ້ຂາຍ → Upgrade
ອັບເດດລ່າສຸດ: 2026-09-17